ອັບເດດ ໂຄວິດ-19 ​: ​ນີວຊາວທ໌ແວນລ໌ເລັ່ງລັດການເປີດກ້ວາງຂອງຕົນ, ວິກຕໍເຣັຍຜ່ອນຄາຍການຕ້ອງຫ້າມຊາຍແດນ

ນີ້ແມ່ນອັບເດດກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 7 ຕຸລາ 2021.

SBS News in Macedonian 7 October 2021,

新州州長佩洛德(Dominic Perrottett)承認曾經穿著納粹服裝出席自己21歲生日會,事件擴大。 Source: AAP

* ວິກຕໍເຣັຍໂຈະໂຈງໃສ່ຈຳນວນການສັກຢາໃຫ້ຄົນພິການ
* ນີວຊາວທ໌ແວນລ໌ເຖິງຂັ້ນ 70% ຂອງເປົ້າການສັກຢາເຖິງສອງເຂັມ
* ເອຊີທີເດີນໄປຕາມແນວທາງທີ່ຈະກັບກາຍເປັນບ່ອນທີ່ມີຫຼາຍບ້ານເມືອງທີ່ສຸດຂອງໂລກນີ້ທີ່ຖຶກສັກຢາ

 

ໃນຣັດວິກຕໍເຣັຍ

ຣັດວິກຕໍເຣັຍມີຄົນໃໜ່​1638 ລາຍເປັນໂຄວິດຈາກທ້ອງຖິ່ນເອງແລະຕາຍສອງຄົນ.

ຈາກແຕ່ມື້ນີ້ໄປ ເຂດສີແດງ (red Zone) ທີ່ບໍ່ຖຶກລ໋ອກດາວໃນນີວຊາວທ໌ແວນລ໌ແລະເອຊີທີຖຶກບົ່ງເປັນເຂດສີໜາກກ້ຽງ (orange zone), ອະນຸຍາດໃຫ້ຄົນວິກຕໍເຣັຍຫຼາຍພັນຄົນທີ່ຄາກັບບ້ານບໍ່ໄດ້ ຮ້ອງຂໍສຳຮັບທີ່ຈະກັບບ້ານ apply for a return home.

ຈາກແຕ່ມື້ອື່ນໄປ ທີ 8 ຕຸລາ 2021 ຄົນພິການສາມາດໄປໃຫ້ສັກຢາວັກຊີນໂຄວິດໄດ້ຢູ່ສູນກາງການສັກຢາ ໂດຍບໍ່ຕ້ອງໜາຍນັດເວລາ. ຣັດວິກຕໍເຣັຍກໍເປີດສູນກາງສັກຢາ pop-up vaccination ສິບແຫ່ງໄວ້ໃນເຂດທີ່ກ່ຽວຂ້ອງເພື່ອຄົນພິການ.

ໃຫ້ຊອກເບິ່ງສູນກາງສັກຢາທີ່ຢູ່ໃກ້ກັບທ່ານໂດຍກົດໃສ່ vaccination centre.

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນໃໜ່ 567 ລາຍເປັນໂຄວິດຈາກທ້ອງຖິ່ນເອງແລະຕາຍແປດຄົນ.

ນາຍົກຣັຖມົນຕີ Dominic Perrottet ປະກາດປ່ຽນແປງແຜນການເປີດກ້ວາງຣັດນີວຊາວທ໌ແວນລ໌ພາຍຫຼັງທີ່ຣັດມີຄົນຖຶກສັກຢາວັກຊີນໂຄວິດເຖິງ 70%.

ຈາກແຕ່ວັນຈັນ ທີ 11 ຕຸລາ 2021 ການເຕົ້າໂຮມກັນຢູ່ໃນເຮືອນຈະທະວີຂຶ້ນສອງເທົ່າເປັນ 10 ຄົນ (ບໍ່ນັບເດັກໆໃສ່ນຳ) ແລະສຳຮັບນອກເຮືອນຈະທະວີຂຶ້ນຈາກ 20 ໄປເປັນ 30 ຄົນ.

ກຳໜົດສຳຮັບການວິວາຢູ່ນອກເຮືອນແລະຊາປະນະະກິດສົບຈະທະວີຂຶ້ນສອງເທົ່າໄປເປັນ 100 ຄົນ. ສະລອຍນ້ຳໃນເຮືອນກໍຈະເປີດຂຶ້ນຄືນ.

ໃຫ້ກົດໃສ່ book your vaccine appointment ເພື່ອໜາຍນັດການສັກຢາວັກຊີນຂອງທ່ານໃນມື້ນີ້.

 

Australian Capital Territory ເອຊີທີ

ເອຊີທີມີຄົນເປັນໂຄວິດຈາກທ້ອງຖິ່ນເອງ 41 ລາຍ.

ເອຊີທີ່ກັບກາຍເປັນເຂດການປົກຄອງອັນທຳອິດໃນອອສເຕຼເລັຍທີ່ມີຄົນກາຍ 96% ທີຖຶກສັກຢາວັກຊີນໂຄວິດເຂັມທຳອິດສຳຮັບຄົນອາຍຸ 12 ປີແລະແກ່ກ່ວາ.

* ຄີວນສ໌ແລນດ໌ມີມື້ໃໜ່ອີກທີ່ບໍ່ມີຄົນເປັນໂຄວິດຈາກການຕິດແປດກັນໃນຊຸມຊົນ.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

NSW Travel & transport ແລະ Quarantine
VIC Travel permitOverseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here  ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  COVID-19 vaccine in your language.

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

COVID-19 Vaccination Glossary
Appointment Reminder Tool.

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

NSW 
Victoria 
Queensland 
South Australia 
ACT 
Western Australia 
Tasmania
Northern Territory 

 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

NSW 
Victoria 
Queensland 
South Australia 
ACT 
Western Australia 
Tasmania
Northern Territory.


Share

Published

Updated

By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ອັບເດດ ໂຄວິດ-19 ​: ​ນີວຊາວທ໌ແວນລ໌ເລັ່ງລັດການເປີດກ້ວາງຂອງຕົນ, ວິກຕໍເຣັຍຜ່ອນຄາຍການຕ້ອງຫ້າມຊາຍແດນ | SBS Lao