ອັບເດດ ໂຄວິດ-19 : ແຜນການເປີດກ້ວາງວິກຕໍເຣັຍລົ້ມເຫຼວ"ມາກມາຍ", ຄີວນສ໌ແລນດ໌ບັນຍັດຄືນການຕ້ອງຫ້າມກ່ຽວກັບໂຄວິດ

ນີ້ແມ່ນອັບເດດກ່ຽວກັບໂຄໂຣຍາໄວຣັສໃນອອສເຕຼເລັຍສຳຮັບ 30 ກັນຍາ 2021.

People are seen exercising along Southbank in Melbourne, Thursday, September 30, 2021.

People are seen exercising along Southbank in Melbourne, Thursday, September 30, 2021. Source: AAP Image/Daniel Pockett

* ວິກຕໍເຣັຍກາຍ 80% ຂອງຈຳນວນສັກຢາວັກຊີນໂຄວິດເຂັມທຳອິດແລ້ວ
* ນີວຊາວທ໌ແວນລ໌ເປີດໂຮງຮຽນໄວກ່ອນເວລາທີ່ກະໄວ້ນຶ່ງສັບປະດາ
* ເອຊີທີຈະຜ່ອນຄາຍການຕ້ອງຫ້າມກ່ຽວກັບໂຄວິດຈາກທ່ຽງຄືນ
* ຄີວນສ໌ແລນດ໌ມີຫົກກໍຣະນີໂຄວິດໃໜ່ຈາກການຕິດແປດກັນໃນທ້ອງຖິ່ນເອງ.

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີກໍຣະນີໂຄວິດໃໜ່ຈາກທ້ອງຖິ່ນເອງ1438 ລາຍ ໂດຍມີເຖິງຫຼາຍກ່ວາ 500 ລາຍທີ່ມີສາຍພົວພັນເຖິງການໄປເບິ່ງການແຂ່ງຂັນເຕະບານອອສເຕຼເລັຍຮອບສະນະເລີດໃນທ້ານສັບປະດາແລ້ວນີ້. ມີຫ້າຄົນຕາຍດ້ວຍ.

Jeroen Weimar ຜູ້ບັນຊາການ ໂຄວິດ-19 ວິກຕໍເຣັຍຊີ້ແຈງການທະວີຂຶ້ນຂອງມື້ນີ້ວ່າເປັນການການຖອຍຫຼັງ"ມາກມາຍ"ໃນແຜນການຈະເປີດກ້ວງວິກຕໍເຣັຍ.

ນາຍົກຣັຖມົນຕີ Daniel Andrews ເວົ້າວ່າຣະຍະຣະຫວ່າງເຂັມທີນຶ່ງແລະສອງຂອງຢາວັກຊີນ Pfizer ຈະຖຶກຫຼຸດລົງຈາກຫົກສັບປະດາມາເປັນສາມສັບປະດາຍ້ອນວິກຕໍເຣັຍຈະມີຢາວັກຊີນນັ້ນພຽງພໍເພື່ອຈະຄ້ຳຈູນການປ່ຽນແປງນັ້ນຈາກແຕ່ເດືອນໜ້າ.

ໃຫ້ຊອກເບິ່ງສູນກາງການສັກຢາວັກຢາວັກຊີນທີ່ໃກ້ຄຽງກັບທ່ານໂດຍກົດໃສ່  vaccination centre.

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນໃໜ່ເປັນໂຄວິດ 941 ລາຍຈາກການຕິດແປດກັນໃນທ້ອງຖິ່ນແລະຕາຍຫົກຄົນ.

ນາຍົກຣັຖມົນຕີ Gladys Berejiklian ຢັ້ງຢືນວ່າເດັກອະນຸບານ, ນັກຮຽນປີທີ 1 ແລະ 2 ຈສາມາກັບເຂົ້າໂຮງຮຽນຈາກແຕ່ 18 ຕຸລາ 2021 ທີ່ໄວກ່ວາກະວາງໄວ້ນຶ່ງສັບປະດາ.

ນກຣຽນອື່ນໆທັງໜົດຈະຖຶກຮວບຮວມເຂົ້າໂຮງຮຽນຄືນໃນຣະຍະສອງສັບປະດາຕໍ່ໄປ ໃນວັນທີ 25 ຕຸລາ 2021 ແລະ 1 ພຶສຈິກາ 2021.

ໃຫ້ກົດໃສ່  book your vaccine appointment ເພື່ອຈອງການໜາຍນັດເວລາສັກຢາວັກຊີນໃນມື້ນີ້.

 

ໃນເອຊີທີ Australian Capital Territory

ເອຊີທີມີ 31 ຄົນໃໜ່ເປັນໂຄວິດຈາກການຕິດແປດກັນໃນທ້ອງຖິ່ນເອງ.

ຈາກແຕ່ 12 ໂມງ 01 ນາທີ ຕອນເຊົ້າຂອງວັນສຸກ 1 ຕຸລາ 2021 ການຕ້ອງຫ້າມບາງອັນຈະຖຶກຜ່ອນຄາຍ - ກົດເບິ່ງ  some restrictions will ease ໂດຍເວລາການຫຼິ້ນຢູ່ນອກເຮືອນຈະຖຶກຕໍ່ອອກ, ຈະເປີດຄືນສວນ national parks,  ມີເງິນຊ່ວຍເຫຼືອຕື່ມສຳຮັບທຸຣະກິດການຊື້ຂາຍ retail businesses ແລະຫຼາຍສິ່ງຫຼາຍຢ່າງຕືມ.

ຄົນທີ່ຢູ່ກິນຢູ່ໃນເອຊີທີທີ່ແກ່ກ່ວາ 60 ປີ ບັດນີ້ມີຊິດສຳຮັບການຢາວັກຊີນ Pfizer.

ໃຫ້ຈອງການໜາຍນັດການສັກຢາຂອງທ່ານໂດຍກົດໃ່ສ  book your COVID-19 vaccination. 

 

ໃນ 24 ຊົ່ວໂມງທີ່ຜ່ານມາໃນທົວອອສເຕຼເລັຍ

* ເຂດການປົກຄອງທ້ອງຖິ່ນຂອງ Brisbane, Gold Coast, Logan, Moreton Bay, Townsville ແລະ Palm Island ຈະກ້າວເຂົ້າການຕ້ອງຫ້າມຣະດັບ 2 (enter stage 2 restrictions) ຈາກແຕ່ 4 ໂມງແລງຂອງວັນພະຫັດ 30 ກັນຍາ 2021.
* ຣັຖບານອອສເຕຼເລັຍເປີດເຜີຍກອງເງິນພັຍພິບັດ ໂຄວິດ-19 ສຳຮັບຄົນທີ່ເຮັດວຽກເຮັດການທີ່ສູນເສັຍວຽກການຂອງພວກຂະເຈົ້າແລະເງິນການຄ້ຳຈູນທຸຣະກິດຈະຍຸຕິເມື່ອ 80% ຂອງພົນລະເມືອງຖືກສັກຢາວັກຊີນໂຄວິດເຕັມສ່ວນແລ້ວ.

https://www.sbs.com.au/labsembeds/vaccinated-dashboard-naca/index.html

 

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

NSW Travel & transport ແລະ Quarantine
VIC Travel permitOverseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here  ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  COVID-19 vaccine in your language.

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

COVID-19 Vaccination Glossary
Appointment Reminder Tool.

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

NSW 
Victoria 
Queensland 
South Australia 
ACT 
Western Australia 
Tasmania
Northern Territory 

 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

NSW 
Victoria 
Queensland 
South Australia 
ACT 
Western Australia 
Tasmania
Northern Territory.


Share

Published

Updated

By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ອັບເດດ ໂຄວິດ-19 : ແຜນການເປີດກ້ວາງວິກຕໍເຣັຍລົ້ມເຫຼວ"ມາກມາຍ", ຄີວນສ໌ແລນດ໌ບັນຍັດຄືນການຕ້ອງຫ້າມກ່ຽວກັບໂຄວິດ | SBS Lao