Feature

ກໍາປັ່ນທ່ອງທ່ຽວລໍາທີສອງທີ່ມີ COVID-19 ກຳລັງຈອດຢູ່ທີ່ທ່າເຮືອ ຊິດນີ; ການລະບາດຄັ້ງທີສີ່ ອາດຈະສູງຂຶ້ນໃນອາທິດໜ້າ.

ນີ້ແມ່ນການອັບເດດ ປະຈໍາອາທິດ ຫຼ້າສຸດຂອງທ່ານກ່ຽວກັບ COVID-19 ໃນອອສເຕຣເລັຍ.

COVID MAJESTIC PRINCESS CRUISE SHIP

The Majestic Princess cruise docked in Sydney on Thursday with positive cases followed by The Celebrity Eclipse on Friday. Both ships have been classified as tier 2, which means they both carried 30-99 COVID-19 positive cases per 1,000 people and their staff was impacted too. (file) Source: AAP / DEAN LEWINS/AAPIMAGE

ຈຸດສຳຄັນ:
  • ດຣ. Kerry Chant ກ່າວວ່າ ຈໍານວນ ກໍລະນີໃຫມ່ ຈະເລີ້ມຫລຸດລົງຈາກອາທິດຫນ້າໃນ NSW
  • Moderna ເລີ່ມກໍ່ສ້າງໂຮງງານຜລິດວັກຊີນ mRNA ທີ່ Melbourne
  • ຜູ້ເສັຍຊີວິດຈາກ COVID-19 ທົ່ວໂລກ ຫຼຸດລົງ 15 ເປີເຊັນໃນອາທິດແລ້ວນີ້: WHO
ກໍລະນີ COVID-19 ປະຈໍາອາທິດຍັງສືບຕໍ່ເພີ່ມຂຶ້ນ ໃນທົ່ວຣັດ ແລະເຂດປົກຄອງໃນ ໃນອອສເຕຣເລັຍ, ແຕ່ເຈົ້າຫນ້າທີ່ເຊື່ອວ່າ ຄື້ນທີສີ່ອາດຮອດຈຸດສູງສຸດ ກ່ອນວັນຄຣິສມາສ.

ໃນວັນສຸກ ຣັດນິວເຊົາເວລສ໌ ໄດ້ລາຍງານຜູ້ຕິດເຊື້ອໃໝ່ 40,194 ກໍລະນີ ຊຶ່ງເພີ້ມຂຶ້ນ ຫົກເປີເຊັນ ແລະ Victoria ມີ 27,790 ຄົນ-ເພີ່ມຂຶ້ນສາມເປີເຊັນ ໃນອາທິດທີ່ຜ່ານມາ.

ຫົວຫນ້າເຈົ້າໜ້າທີ່ສາທາຣະນະສຸກ NSW, Dr Kerry Chant ກ່າວວ່າ ຄາດວ່າຈະມີຍອດສູງທີ່ສຸດໃນອາທິດຫນ້າ ແລະຜູ້ຕິດເຊື້ອຈະຫຼຸດລົງ.

ກໍາປັ່ນທ່ອງທ່ຽວລໍານຶ່ງ ທີ່ມີການສົງໄສວ່າມີຜູ້ຕິດເຊື້ອ COVID ຫລາຍຮ້ອຍຄົນ ໄດ້ຈອດຢູ່ Sydney ໃນເຊົ້າວັນສຸກ.

ກໍາປັ່ນທ່ອງທ່ຽວຊື່ The Celebrity Eclipse ທີ່ບັນທຸກຜູ້ໂດຍສານເກືອບ 3000 ຄົນ ແລະມາຮອດ Sydney ຫລັງຈາກໄດ້ເສັດສິ້້ນການເດີນທາງໄປ ປະເທດ ນິວຊີແລນ.

ກໍາປັ່ນດັ່ງກ່າວໄດ້ຖືກຈັດຢູ່ໃນໝວດທີ 2, ເຊິ່ງຫມາຍຄວາມວ່າ ມັນມີຜູ້ຕິດເຊື້ອ30-99 ກໍລະນີຕໍ່ 1,000 ຄົນ, ແລະພະນັກງານ ຫຼືຊັບພະຍາກອນໄດ້ຮັບຜົນກະທົບ.
cruise ship.JPG
COVID-19 outbreaks onboard cruise ships docked or arriving in Sydney. Credit: NSW Government
ໃນວັນພະຫັດ, ເຮືອກຳປັ່ນອີກລໍານຶ່ງຊື່ Majestic Princess ໄດ້ຈອດຢູ່ Sydney ຊຶ່ງຖືກຈັດຢູ່ໃນໝວດທີ 2.

ຄາດວ່າຈະມີເຮືອອີກສອງລໍາ ທີ່ຈະມາເຖິງ Sydney ໃນມື້ດຽວກັນ ທີ່ມີຜູ້ໂດຍສານຕິດເຊື້ອຢູ່ໃນເຮືອ. ເຖິງຢ່າງໃດກໍ່ຕາມ, ລະດັບການລະບາດ ຄາດວ່າຈະບໍ່ສູງໃນເຮືອທັງສອງລໍາ.
NSW Health ໄດ້ອ້າງວ່າ ການປະຕິບັດງານຂອງໂຮງຫມໍ ສາທາຣະນະ ຂອງຣັດ ກໍດີຂຶ້ນ ເຖິງແມ່ນວ່າຈະມີ COVID-19 ແລະຄວາມທ້າທາຍອື່ນໆ.

ມີການຣະບຸວ່າ 65.6 ເປີເຊັນ ຂອງຄົນເຈັບ ໄດ້ເລີ່ມຕົ້ນໄດ້ຮັບການປິ່ນປົວ ຕາມເວລາ, ແລະຄົນເຈັບ ຫຼາຍກວ່າເຈັດໃນ 10 ຄົນ (74.8 ເປີເຊັນ) ໄດ້ຖືກຍົກຍ້າຍຈາກຣົດພະຍາບານໄປຫາພະນັກງານ ED ພາຍໃນເປົ້າຫມາຍ 30 ນາທີ.
ນາຍົກຣັຖມົນຕີ Anthony Albanese ໄດ້ປະກາດໃນວັນຈັນວ່າ ທ່ານຕິດເຊືື້ອ COVID-19.

ຂນະນີ້ ທ່ານ Albanese ຢູ່ໃນລະຫວ່າງການແຍກໂຕ, ຣັດ ແລະແລະເຂດປົກຄອງໃນໃນອອສເຕຣເລັຍ ໄດ້ຍຸຕິການກັກໂຕເນື່ອງຈາກ COVID ຕັ້ງແຕ່ວັນທີ14ຕຸລາ.

ມື້ນີ້ ຄນະຣັຖມົນຕີແຫ່ງຊາດ ຄາດວ່າຈະຫາລືກ່ຽວກັບການກັບມາຂອງການລະບາດຄັ້ງທີສີ່ ຂອງ COVID-19 ແລະການກຽມພ້ອມຂອງປະເທດ.

Moderna ໄດ້ເລີ່ມກໍ່ສ້າງໂຮງງານ mRNA ຂອງຕົນຢູ່ພາກຕາເວັນອອກສຽງໃຕ້ຂອງ Melbourne ຊຶ່ງສະຖານທີ່ນີ້ ຈະສາມາດຜລິດໄດ້ເຖິງ 100 ລ້ານໂດສ ຕໍ່ປີ.

ຣັຖມົນຕີກະຊວງສາທາຣະນະສຸກ Mark Butler ໄດ້ກ່າວວ່າ ສິ່ງອຳນວຍຄວາມສະດວກ ແລະເທັກໂນໂລຈີ mRNA ໃຫມ່ຈະຊ່ວຍອອສເຕຣເລັຍໃນການຕຽມພ້ອມ ທີ່ຈະຮັບມືຂອງການລະບາດໃນອະນາຄົດ ແລະໂຣກອື່ນໆເຊັ່ນໂຣກຫົວໃຈ ແລະຣະບົບທາງເດີນຫາຍໃຈ.
ຈີນໄດ້ເລີ້ມຍົກເລີກຂໍ້ຈໍາກັດດ້ານ COVID ທີ່ເຄັ່ງຄັດທີ່ສຸດ ຫລັງຈາກ ມີການປະທ້ວງຂອງປະຊາຊົນ ຕໍ່ນະໂຍບາຍ zero-COVID ຂອງຕົນ. ຕອນນີ້ ປະຊາຊົນ ສາມາດແຍກຕົວຢູ່ເຮືອນໄດ້ ແທນທີ່ຈະແມ່ນຢູ່ໃນຄ້າຍກັກກັນ.

ອົງການອະນາໄມໂລກກ່າວວ່າ ຈໍານວນຜູ້ເສັຍຊີວິດໃຫມ່ທົ່ວໂລກ ປະຈໍາອາທິດ ໄດ້ຫລຸດລົງ 17 ເປີເຊັນ ໃນອາທິດຜ່ານມາ ເມື່ອທຽບໃສ່ອາທິດກ່ອນຫນ້ານີ້.

ມີລາຍງານຜູ້ເສັຍຊີວິດໃຫມ່ ຫຼາຍກວ່າ 7,800 ຄົນ ໃນລະຫວ່າງວັນທີ 28 ພະຈິກ ຫາ 4 ທັນວາ.

ສະຫະຣັດ, ຍີ່ປຸ່ນ, ບຣາຊິລ, ອີຕາລີ ແລະ ຝຣັ່ງ ໄດ້ລາຍງານຈໍານວນກໍລະນີໃຫມ່ ປະຈໍາອາທິດ ສູງທີ່ສຸດ ໃນລະດັບປະເທດ.

ຊອກຫາ clinic Long COVID

ACT New South Wales Northern Territory Queensland

South Australia Tasmania Victoria Western Australia

ຊອກຫາ clinic ກວດໂຣກ ໂຄວິດ.

ACT New South Wales Northern Territory Queensland

South Australia Tasmania Victoria Western Australia

ລົງທະບຽນຜົນກວດ RAT ຂອງທ່ານໃນບ່ອນນີ້, ຫາກຜົນກວດເປັນບວກ.

ACT New South Wales Northern Territory Queensland

South Australia Tasmania Victoria Western Australia

ກ່ອນທ່ານເດີນທາງໄປຕ່າງປະເທດ, ກວດເບິ່ງຂໍ້ກຳໜົດຫຼ້າສຸດ ແລະຄຳແນະນຳ

ຂໍ້ມູນເພື່ອຊ່ອຍຄວາມເຂົ້າໃຈ COVID-19 jargon in your language

ອ່ານຂໍ້ມູນກ່ຽວກັບ COVID-19 ໃນພາສາຂອງທ່ານ ໄດ້ທີ່: SBS Coronavirus portal

Share

Published

By Sahil Makkar
Presented by Sak Phoumirath
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ກໍາປັ່ນທ່ອງທ່ຽວລໍາທີສອງທີ່ມີ COVID-19 ກຳລັງຈອດຢູ່ທີ່ທ່າເຮືອ ຊິດນີ; ການລະບາດຄັ້ງທີສີ່ ອາດຈະສູງຂຶ້ນໃນອາທິດໜ້າ. | SBS Lao